ໃນການປະເມີນລາຄາຮຸ້ນຄັ້ງນີ້, ທີ່ປຶກສາດ້ານການເງິນໄດ້ສຶກສາຂໍ້ມູນຂອງບໍລິສັດ ແລະ ປະເມີນມູນຄ່າຮຸ້ນຕາມຫຼັກການປະຕິບັດທາງການເງິນທີ່ກ່ຽວຂ້ອງກັບການປະເມີນລາຄາຮຸ້ນ ລວມທັງວິທີການ ແລະ ການຄິດໄລ່ຕາມທິສະດີທາງການເງິນທີ່ເໝາະສົມ. ດັ່ງນັ້ນ, ທີ່ປຶກສາດ້ານການເງິນຈຶ່ງໄດ້ປະເມີນໂດຍອາໄສຂໍ້ມູນທີ່ບໍລິສັດໄດ້ສົ່ງໃຫ້, ຈາກການສໍາພາດພາກສ່ວນທີ່ກ່ຽວຂ້ອງ ແລະ ການຕັ້ງຂໍ້ສົມມຸດຖານຈາກຂໍ້ມູນໃນອາດີດເພື່ອຄາດຄະເນຜົນປະກອບການໃນອະນາຄົດ ພາຍໃຕ້ເງື່ອນໄຂທີ່ບໍລິສັດ ຈະຕ້ອງເປີດເຜີຍຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນໃຫ້ກັບທີ່ປຶກສາດ້ານການເງິນ.