ໃນໂອກາດດຽວກັນນີ້, ທ່ານ ເອດີ ອີຣາວານ ບິນ ມາມູດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົອ ວິໄລ ຫລ້າຄຳຟອງ ທີ່ໄດ້ໃຫ້ການຕ້ອນຮັບ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື ຄວາມສາມັກຄີຂອງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ສືບຕໍ່ຮ່ວມກັນປຶກສາຫາລື ແລະ ຮ່ວມມືໃນການແກ້ໄຂບັນຫາຕ່າງໆ ໃຫ້ນັບມື້ມີຜົນສຳເລັດເປັນກ້າວໆ.