ຂປລ. ໃນວັນທີ 4 ເມສາ 2023 ນີ້, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເປໂດຣ ຊະວາເລັນ (Pedro Zwahlen) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈຳລາວ ເນື່ອງໃນໂອກາດດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳລາວ.