ການສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດແມ່ນຍັງຕ້ອງໄດ້ເອົາໃຈໃສ່ຕື່ມ, ຕ້ອງຈັດສົ່ງພະນັກງານໄປຍົກລະດັບຢ່າງເປັນປົກກະຕິ ອັນເນື່ອງມາຈາກບໍລິສັດສ້າງຕັ້ງໃໝ່ ແລະ ພະນັກງານບາງສ່ວນຍັງຂາດປະສົບປະການ ເຊິ່ງຕ້ອງໄດ້ອາໄສການກໍ່ສ້າງ ແລະ ສົ່ງເສີມໃຫ້ມີຄວາມຮູ້ຄວາມສາມາດໃນລະດັບໃດໜຶ່ງທີ່ແນ່ນອນ